ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເຜີຍ​ແຜ່​ຄຳ​ສັ່ງ ​ເພີ່ມ​ທະວີ​ການ​ນຳພາ​ປັບປຸງ​ວຽກງານ​ກຽມພ້ອມ​ສູ້​ຮົບ


ສະຫາຍ ພົນຕີ ວໍລະສານ ວິລັດດາວົງ ກຳມະການຄະນະປະຈຳພັກກະຊວງປ້ອງກັນປະເທດ ​ເປັນ​ປະທານ

    ໃນລະຫວ່າງ ວັນທີ 11-13 ສິງຫາ 2023 ນີ້, ກອງບັນຊາການ ທະຫານແຂວງຫຼວງນໍ້າທາ ໄດ້ເປັນ ເຈົ້າພາບຈັດກອງປະຊຸມເຜີຍແຜ່ຄຳສັ່ງ
ຂອງ ກະຊວງປ້ອງກັນປະເທດ ແລະ ຄຳສັ່ງແນະນຳຂອງ ກົມໃຫຍ່ເສນາທິ ການກອງທັບ ວ່າດ້ວຍການເພີ່ມທະວີການນຳພາປັບປຸງວຽກງານ
ກຽມພ້ອມສູ້ຮົບທົ່ວກອງທັບ, ໂດຍການເປັນ ປະທານຂອງ ສະຫາຍ ພົນຕີ ວໍລະສານ ວິລັດດາວົງ ກຳມະການຄະນະປະຈຳພັກ ກະຊວງປ້ອງ
ກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຜູ້ຕາງໜ້າຈາກ 4 ກົມໃຫຍ່, ຄະນະພັກ-ຄະນະບັນຊາ ກອງບັນຊາການ ທະຫານ
ແຂວງຜົ້ງສາລີ, ກອງບັນຊາ ການທະຫານ ແຂວງ ບໍ່​ແກ້ວ ແຂວງ ອຸດົມໄຊ, ກອງພົນທີ 3 ແລະ ພະແນກການ ທີ່ກ່ຽວຂ້ອງເຂົ້າຮ່ວມ.

     ສຳລັບເອກະສານທີ່ນຳມາເຜີຍແຜ່ໃນຄັ້ງນີ້ລວມມີ: ຄຳສັ່ງຂອງ ກະຊວງປ້ອງກັນປະເທດ ວ່າດ້ວຍການ ເພີ່ມທະວີການນຳພາປັບປຸງວຽກ
ງານກຽມພ້ອມສູ້ຮົບ, ຄຳສັ່ງແນະນຳຂອງ ກົມໃຫຍ່ເສນາທິການກອງທັບ, ຂໍ້ກຳນົດວຽກງານກຽມພ້ອມສູ້ຮົບ, ຂໍ້ກຳນົດວຽກງານ ເສນາ-ສູ້ຮົບ,
ຂໍ້ກຳນົດວຽກງານຄຸ້ມຄອງການປະກອບ ຈຳນວນພົນ, ການປະກອບອາວຸດ-ກະສຸນ ໃນກອງທັບ, ຄຳສັ່ງອົບຮົມ-ຫັດແອບ ແລະ ບາງມາດຕະ
ການກ່ຽວກັບການປັບປຸງລະບຽບແບບແຜນຂອງກອງທັບ, ເອກະສານວຽກງານຈັດຕັ້ງພັກ, ເອກະສານວຽກງານພະນັກງານ, ເອກະສານວຽກ
ງານໂຄສະນາອົບຮົມ, ເອກະສານວຽກງານ ເສນາ-ພະລາ, ເອກະສານວຽກງານເຕັກນິກ ແລະ ເອກະສານອື່ນໆ ອີກຈຳນວນໜຶ່ງ. ພ້ອມນັ້ນ, ຜູ້
ເຂົ້າຮ່ວມກອງປະຊຸມໄດ້ຜັດປ່ຽນກັນປະກອບຄຳຄິດເຫັນ, ແລກປ່ຽນບົດຮຽນສະພາບ ການຈັດຕັ້ງປະຕິບັດໜ້າທີ່ວຽກງານຕ່າງໆ ຢູ່ບັນດາກົມ
ກອງ, ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ ຄະນະພັກ ກະຊວງປ້ອງກັນປະເທດ ວາງອອກຢ່າງກົງໄປກົງມາ.

ແຫຼ່ງທີ່ມາ ສົມ ສະນຸກ
ວັນທີ 16/08/2023